Friday, November 12, 2010

Xaysouvanh Phengphong / Beach Sunset

1 comment:

  1. ກາພກອນຂອງລູງທີ່ເກີດໃນຣະຍະນີ້ ເຫັນວ່າມີ ``ໂນສຕາລຈີ``ຫຼາຍແລະສະເທຶອນໃຈຍາມອ່ານ!

    ``ນີ້ນໍເພິ່ນກ່າວເວົ້າ........ຄົນແຮມຖິ່ນໄກດົງ
    ບ່ອນທີ່ເຄີຍເນົາພັກ...........ຢູ່ເຢັນຕ້ອງໄກເວັ້ນ
    ລາວແສນເຂັນແສນເສົ້າ...........ເອົາໂຕໝີຜ່າຍ
    ແຜ່ນດິນຕົນເກົ່າກີ້...........ປະຫວັດເອີ້ນບອກມາ.

    ຄວາມຮຸ່ງເຮຶອງກ່ອນກີ້.........ບໍ່ອາຈເຫຼຶ່ອມງຳປົກ
    ໃຫ້ຄົນລາວຮອນເຫັນ.............ສິ່ງໃດດີໄດ້
    ໃຜເປັນເພື່ອນແທ້..............ໃຜເປັນເພື່ອນຮ່ວມ
    ວົງເຫຼົ້າແກ້ວ................ຫວັງແຍ້ງແຍກດິນ

    ຄົນລາວຫຼາຍຄົນເພີ້............ຝັນເຫັນຣະບອບໃໜ່
    ລືມຮີດຄອງເຄີຍມີ..............ປ່ອຍໄລລາຖີ້ມ
    ຢາກໃຫ້ລາວແດງເຂັ້ມ...........ບໍເຫັນເຂັມເຂົາຝັງຢູ່
    ສີຫຼາກຫຼາຍລຶບຖີ້ມ...........ແປງບ້ານແຍກເຜົ່າພັນ

    ອັນຄວາມຝັນໃໜ່ນັ້ນ.........ຍັງເປັນຢູ່ຄືຄວາມຝັນ
    ສາມສີບປີກາຍໄປ...............ຄົນໃໜ່ເປັນຄົນຄ້າຍ
    ນິສັຍສ້ຽງ...................ບໍ່ຄືນິສັຍລາວກ່ອນ
    ທີ່ມີໃຈອ່ອນນ້ອມ.............ປັນຍາກວ້າງເພື່ອແຜ່ກັນ

    ກາຍເປັນຄົນຄືຄົນຫັ້ນ.........ດ້າມດັ່ງໜາໄນ
    ມີແຕ່ຄວາມສົງສັຍ.............ກອບໂກຍກິນບ້ານ
    ວັທນະທັມສ້ວຍ................ແສງທັມກໍພອຍເຊື່ອມ...ຄືກັນດາຍ
    ຄຳປາກເວົ້າກໍ່ຫາກຫຼ້າຍ......ກະເທິນແທ້ໜູ່ລາວ...ເຮົາເອີຍ!

    ReplyDelete