Monday, November 1, 2010

Saifonh / Waiting

1 comment:

  1. ຄົນທີ່ຄອຍຄົນຮັກ.........ນັ້ນເສົ້າເຫງົາອູຣາ
    ແນມນຳຟ້າເມັກໜອກ........ກວ້າງໄກ
    ຫວັງຈະເຫັນນາງຫວນເຫິນບິນ..ມາໃກ້
    ໂທສາຍໃຈມິ່ງຮັກຮຽມເອີຍ....ວອນເອິ່ຍບອກກ່າວໃຫ້ຟ້າວມາ.

    ແຕ່ຢູ່ໃສສາຍໃຈຍອດຊູ້.....ຈະຄືນສູ່
    ຮ່ວມຫ້ອງເຄຫັງ............ດັ່ງເຄີຍຢູ່ກ່ອນມາ
    ໃສດວງຕາອ້າຍຈະຫຼັບ........ພັບລົງຄຽງຕານ້ອງ
    ໃສສອງແຂນຂອງອ້າຍ..........ຈະກອດກ່າຍນາງນອນ

    ໃສດວງສະໜອນຮຽມຮັກ.........ຍັງຢູ່ໃສ?
    ອ້າຍຍັງຄອຍດ້ວຍໃຈ..........ດ້ວຍຈິດທີ່ມິດມ້ອຍ
    ອ້າຍຍັງຄອຍດ້ວຍໃຈ..........ທີ່ເຫງົາຫງອຍ
    ຄອຍແລ້ວຄອຍ....ຄອຍທັງວັນຄ່ຳເຊົ້າ...ໂຖເຈົ້າຂວັນຕາ...ຂ້າເອີຍ.

    ReplyDelete