Friday, November 12, 2010

DMS / Write A Life

1 comment:

  1. ຄຳພັ່ງເພີຍກ່າວໄວ້ໃຫ້ໄດ້ຄິດ
    ທັງພາສິດສອນໃຈໃຫ້ໄດ້ຮູ້
    ມີປັນຍາບໍ່ໄດ້ແບກໝັກດ້ວຍບ່າ
    ຫຼືປືກສາຫາໂອວາດອາຈພົບທາງ

    ທີ່ຕັນຕີບໝີບຫົວໃຫ້ມົວໜອງ
    ແນະນຳສ່ອງໃຫ້ເຫັນທາງຈະໄປ
    ຍາມຂັດສົນສຸດກັງວົນໜົ່ນໄໜ້
    ຕ້ອງຟັກໄຝ່ຫາປະຕູສູ່ຄວາມຫວັງ.

    ບໍ່ແມ່ນຈະນັ່ງດີ້ນດັ່ນຖ້າ
    ວອນເທວາຟ້າດິນໃຫ້ມາໂຜດ
    ໂລກຂອງເຮົາເຮົາຕ້ອງສາງໃຫ້ຣຸ້ງໂຣດ
    ລົດຄວາມໂກດຂຸ່ນແຄ້ນແໝ້ນກະມົນ

    ອອກເດິນທ່ຽວຢ່ອນໃຈໃຫ້ຫາຍສ່ວງ
    ຈາກເດດດວງຄວາມສັບສົນກັງວົນໃຈ
    ຄວາມປອດໂປ່ງພາໃຫ້ຈິດເຣີ້ມເສາະໃສ
    ແລ້ວຈະໄດ້ພົບຍອຍໄຮໃຫ້ຄວາມຫວັງ!!!ທ່ານເອີຍ.

    ReplyDelete