Wednesday, November 24, 2010

Bounmy Kanya / Lao Connection

1 comment:

  1. ປະສານໃຈຈັ່ງໃດໄດ້....ເມື່ອຍອຍໄຮບໍ່ນ້າວຈ່ອງ
    ຂອງຫຼືກໍເຫຶອດແຫ້ງ...ຈຳປາກໍ້ຖືກກົ່ນໄປ...ແລ້ວເດ!

    ພວກເພິ່ນພາກັນຕັ້ງ.....ຫວັງສ້າງແຜ່ນດິນລາວ
    ດ້ວຍການຂາຍຂອງລາວ......ສູ່ອັນໜົດສ້ຽງ
    ແມ່ນແຕ່ຖຽງນານ້ອຍ......ລາຍຄາມຕາມຕ້າຍວັດ
    ລາຍຄວັດມຸນກ່ອນກີ້.....ຂາຍສ້ຽງສູ່ອັນ.

    ທັງກະສຽນພຣະເຈົ້າ......ແຈວັດແຈສິມ
    ທຸກເຂດຂາມຂົງໃດ........ບໍ່ເຫຼືອຫຍັງໄວ້
    ເປັນມູນເຊື້ອ..........ໃຫ້ຫຼານເຫຼັນຜູ່ເກີດໃໜ່
    ໄດ້ຊົມຊື່ນຫໍ່ຕູ້ມ.....ມູນມັງເຊື້ອຊາດຕົນ.

    ໝຸ່ມສາວລາວກໍຂາຍໃຫ້...ປະເທດຕ່າງແດນໄກ
    ໄປຊອກຫາຂາຍແຮງ.........ເຫຶ່ອໄຫຼລິນຍ້ອຍ
    ບາງຄົນກໍ້.............ຂາຍໄປໜົດທຸກຢ່າງ
    ແນວບ້ານຕົນບໍ່ສ້າງ.....ຫຍັງໃຫ້ໜູ່ເຂົາ

    ເຂົາຂົນຂາຍທັງເຫງົ້າ....ຈຳປາປະຈຳຊາດ
    ບາດຄຳຂວັນກ່າວເວົ້າ....ຈຳປາຫັ້ນຮັກຫອມ
    ແຕ່ກະຍອມຂຸດຄົ້ນ........ບໍເຄຶອງໃຈພໍໝ່ອຍ
    ປ່ອຍຊາດຕົນໃຫ້ເຈັ້ງ.....ເປັນໜ້ອງກະຕ່າຍນອນ...ແລ້ວຕິ!!

    ReplyDelete