Friday, November 12, 2010

Somkhit Singsong / Our Melody

1 comment:

  1. ສາຍນ້ຳຂອງມັນຍັງລ້ຽວ......ແຕ່ໃດມາ
    ສຽງແຄນບໍ່ປ່ຽນທ່າ.........ສຳນຽງບອກ
    ແຕ່ສຽງລຳມັນກ້ອງ.........ກາຍໄປເປັນອື່ນ
    ບໍ່ພາຊື່ນແຕ່ເສົ້າ.........ບໍ່ເໜຶອນເກົ່າແທ້ລະເດິ

    ແມ່ນ້ຳຂອງຫຼືກໍແຫ້ງ......ທັງເຂິນຂາດເວິນວັງ
    ຊ້າຍຂວາມີຫາດເກິງກາງ.......ເໜືອແຜ່ນດິນເປັນນທ້າງ
    ເພິ່ນຜູ່ໃຫຍ່ເຫດຜົນໃຫ້......ແສນໂຕຍິ່ງໃຫຍ່
    ຜິດຫົວໃຜກູ້ສ້າງໄວ້........ໃນບ້ານແຫ່ງກູ

    ແມ່ນນ້ຳຂອງຖືກຕັດຂັ້ນ......ເປັນຖ່ອນໆບໍ່ຄວນ..ແທ້ເດິ
    ຄວາມປັ່ນປ່ວນມີມາ...........ພວກຢູ່ທາງແດນທາງໃຕ້
    ນ້ຳບໍ່ໄຫຼນ້ຳບໍ່ລົ້ນ.......ໄຫຼມາປານ້ອຍໃຫຍ່
    ຫາບ່ອນໄຂ່ບ່ອນອອກລູກ........ໄດ້ບ່ອນໃດກໍ່ບໍ່ມີ

    ຂອງໄຫຼພຽງນ່ອງປ່ອງນ້ຳ.......ບໍ່ສູງທຽບພຽງແອວ
    ແລ້ວຍັງບໍ່ພໍ...............ຈະສ້າງເຂື່ອນກວມກັ້ນໄວ້
    ເປັນແຖວໆຂືນ..................ແຕ່ເໝຶອຮອດແປວປ່ອງ
    ບໍອາໄລນຳພີ່ນ້ອງ..........ພ້ອງເຊື້ອເຜົ່າພັນ

    ສຽງແຄນຫຼືກໍເສົ້າ.........ບໍ່ຄືເກົ່າເຄີຍຟັງ
    ເຂົາດັດແປງເປັນທາງ........ແຫ່ງເຂົາໄປແລ້ວ
    ເພາະຍຸກນຶ່ງມານັ້ນ........ແດນລາວປັ້ນປ່ຽນແກ່ວ
    ຜູ່ອຶ່ນເຂົາທ່າງແຈ້ວ......ເສິມສ້າງໄດ້ດັ່ງໃຈ.

    ຕົກມາໃນຍຸກນີ້...........ຢາກຄືນແຕ່ງໃຫ້ຄືຫຼັງ
    ມ້າງເພພັງມານານ...........ຈຶ່ງຄ່ອຍຫວນເຫັນຮູ້
    ຄຸນຄ່າລ້ຳ..............ວັນນະກັມແລະສິລປສາດ
    ຂອງປູ່ຍ່າສ້າງໄວ້........ຊິໄລຖີ້ມຫ່ອນເປັນ!!ເຈົ້າເອີຍ.

    ຍັງບໍ່ສວຍເກິນແກ້........ຕ້ອງປົດປ່ອຍກະຕິກາ
    ບໍ່ແມ່ນຢາກຫາແຕ່ຣາຄາ.....ໃຫ້ຕົນໂດຍດ້າມ
    ຄວາມສຳຄັນນັ້ນ..........ໃນໃຈໃຫ້ໜັນແກ່ນ
    ໃຫ້ທ່ຽງທັມແທ້ໆ..........ລາວນັ້ນຈຶ່ງຊິເຮຶອງ...ທ່ານເອີຍ.

    ReplyDelete