Monday, November 1, 2010

Bouavanh Sidavong / Nostalgia

1 comment:

  1. ຍິ່ງຢູ່ໄກຍິ່ງຄິດພໍ້.........ທຸກບ່ອນເຄີຍໄປ ເນາະ!
    ແຕ່ຊິເຮັດແນວໃດ..............ໄດ້ຈາກໄກມາແລ້ວ
    ແນວໃດງາມຖນອມໄວ້.............ໃນໃຈບອກຕໍ່
    ລູກຫຼານເຫຼັນນ້ອຍໆ............ໃຫ້ຫວນຮູ້ທີ່ມາ

    ເຫງົ້າຊາດສາຍຊຸມເຊື້ອ........ລາວເຮົາດອມເຜົ່າ..ນຳກັນ
    ໄປໃສມາໃສກໍ..................ຮັກຫອມຖນອມໜັ້ນ
    ຢ່າໄດ້ແຄງເຄືອງແຄ້ນ.........ຫັກໂຫມກັນໃນບ້ານເພີ່ນ
    ເອີ້ນກັນມາຮ່ວມຫ້ອງ..........ພາເຂົ້າແຈ່ວປາ

    ແລ້ວພາກັນຂານເວົ້າ..........ບອກເລົ່າຄາວຫຼັງ
    ທົບທວນຫວນຫາວັນ.............ທີ່ເຄີຍສນຸກລົ້ນ
    ປົນເປນຳເຂົາແລ້ວ...........ຢ່າລືມແນວເຂົ້າກ່ຳ
    ເຂົ້າໝຽວຄຳທໍ່ຂີ້ມ້ອນ.....ປັນກັນທ້ອນຫາກຮັກກັນ...ທ່ານເອີຍ.

    ReplyDelete