Friday, November 12, 2010

Bounmy Kanya / Our Great Grand Father Chanh

1 comment:

  1. ຫຼານປູ່ຈັນທາງຝັ່ງນັ້ນເຂົາໄປໄກ
    ຄວາມສີວິໄລລື່ນຂອງອີກກ້ຳ
    ຈຶ່ງກາຍເປັນພີ່ນ້ອງຕ່າງໜໍ້ກຳ
    ເຂົາວ່າເຮົາໄປນຳເຂົາບໍ່ທັນ

    ມັນກະແມ່ນແມ່ນຄວາມເຂົາແນວເຮົາຖ້າ
    ການສ້າງສາທີ່ມີແຜນມາແຕ່ໄກ
    ຕ່າງຈາກຄອງຕ່າງຈາກຮີດແລະຮ່ອງຮອຍໄຖ
    ພາກັນໄປໄຝ່ຫາຄວາມຫວັງເກິນ

    ເກິນຄວາມຈິງຈິງແທ້ທີ່ຈະເກິດໄດ້
    ທີ່ບ່າວໄພ່ພາກັນໄປນຳບໍ່ຄ້ານ
    ປາກສຽງດຽວຄວາມຄິດດຽວບໍ່ຫຼຽວຜ່ານ
    ຄວາມສົງສັຍເປັນຂີດຂັ້ນຂອງປັນຍາການຂອງຄົນ

    ແຕ່ໃສໄດ້ຕ້ອງບືນໄປຄານໄປ
    ແມ່ນທຸກຊິຕາຍກະຍັງຍິ້ມພິມໃຈສູ້
    ຍ້ອນກຽດສູງທັງມິດສະຫາຍຕາຍໄດ້ສົມຊື່
    ປູ່ຈັນຫຼືກໍຍັງຄື ແຕ່ໃນຕຳນານ!!

    ເພາະເຂດບ້ານດ່ານເຮົາເຂົາທຳລາຍ
    ພຣະກະຈາຍຂາດກະສຽນຄຽນຫົວ
    ທັງຮີດຄອງກໍໜອງໜົ່ນໜອງມົວ
    ໃຈຊາມຊົ່ວຫາຫຍັງໄດ້ໃຫ້ເຫັນນຳ!

    ReplyDelete