ເປັນອຸທຍານພວມແຍ້ມ........ໄຂສີໃຫ້ເໜືອນເກົ່າໂຮມໜູ່ລາວພີ່ນ້ອງ........ສານຂໍ້ຕໍ່ກອນເປັນແຫ່ງຫ້ອງ..............ເຮືອນອັກສອນແສນສະອາດຂຽນຮ່າຍແກ້ວ..............ກອນຫ້ອຍກາພງາມທັງໂຄ່ງຫ້າ...............ໂຄງເຈັດທີ່ສວຍຍິ່ງທັງຍິງຊາຍລົງຂຽນ...........ສູ່ກັນສັນສ້າງເວທີກວ້າງ.................ໂຮມກັນບໍ່ມີເຂດແດນກີດກັ້ນ...............ສົ່ງເຖິງໄດ້ບໍ່ອາຍໃນດິນແດນດ່ານບ້ານ.........ຂົງເຂດແດນລາວທຸກທົ່ວທັງເມືອງເຮົາ.......ໜູ່ເຮົາຂຽນຂື້ນເປັນກອນແກ້ວ..............ກອນລຳທຸກໆແຫ່ງຄອນສວັນເຂດໃຕ້............ລຳພື້ນລ່ອງແປວມະຫາໄຊກະມ່ວນແມ້ງ........ຜູ່ໄທພ່ຳອອນຊອນບ້ານຊອກກອນແຂງຂັນ........ຕັ້ງຫວາຍມາຍມ້ວຍສາຣະວັນຫັ້ນ.............ພາກັນເຕັ້ຍຕ່ຳໆຂັບລຳໂສມແສບຊ້ອຍ........ງິນແມ້ງມ່ວນໃຈຂັບງື່ມໂອໂອ່ຍໂອ້ນ.......ທັງຂົງເຂດຊຽງຂວາງຂັບເມືອງຫຼວງ............ລ່ວງລົງລອຍນ້ຳລຳເພິນພ້ອມ.............ຕີກອງເຕິະເຕິ່ນກ້ຽວລົງເວິນຫວ່າງນ້ຳ....ເປັນກອນແກ້ວໃຫ້ຄ່ອງຄືລຳກະໄດ້...............ທັງອ່ານກະເພິນໃຈວິວັ່ງວອນ..............ວ່ອນສາວຜຍາກ້ຽວສັພສັນສໍ້..............ປານສຽງຊໍອ້ອຍອິ່ນດິນຂອງລາວແຫ່ງນີ້.......ແຕ່ເໝືອໃຕ້ແມ່ນດອກກອນ...ທ່ານເອີຍ.
ເປັນອຸທຍານພວມແຍ້ມ........ໄຂສີໃຫ້ເໜືອນເກົ່າ
ReplyDeleteໂຮມໜູ່ລາວພີ່ນ້ອງ........ສານຂໍ້ຕໍ່ກອນ
ເປັນແຫ່ງຫ້ອງ..............ເຮືອນອັກສອນແສນສະອາດ
ຂຽນຮ່າຍແກ້ວ..............ກອນຫ້ອຍກາພງາມ
ທັງໂຄ່ງຫ້າ...............ໂຄງເຈັດທີ່ສວຍຍິ່ງ
ທັງຍິງຊາຍລົງຂຽນ...........ສູ່ກັນສັນສ້າງ
ເວທີກວ້າງ.................ໂຮມກັນບໍ່ມີເຂດ
ແດນກີດກັ້ນ...............ສົ່ງເຖິງໄດ້ບໍ່ອາຍ
ໃນດິນແດນດ່ານບ້ານ.........ຂົງເຂດແດນລາວ
ທຸກທົ່ວທັງເມືອງເຮົາ.......ໜູ່ເຮົາຂຽນຂື້ນ
ເປັນກອນແກ້ວ..............ກອນລຳທຸກໆແຫ່ງ
ຄອນສວັນເຂດໃຕ້............ລຳພື້ນລ່ອງແປວ
ມະຫາໄຊກະມ່ວນແມ້ງ........ຜູ່ໄທພ່ຳອອນຊອນ
ບ້ານຊອກກອນແຂງຂັນ........ຕັ້ງຫວາຍມາຍມ້ວຍ
ສາຣະວັນຫັ້ນ.............ພາກັນເຕັ້ຍຕ່ຳໆ
ຂັບລຳໂສມແສບຊ້ອຍ........ງິນແມ້ງມ່ວນໃຈ
ຂັບງື່ມໂອໂອ່ຍໂອ້ນ.......ທັງຂົງເຂດຊຽງຂວາງ
ຂັບເມືອງຫຼວງ............ລ່ວງລົງລອຍນ້ຳ
ລຳເພິນພ້ອມ.............ຕີກອງເຕິະເຕິ່ນ
ກ້ຽວລົງເວິນຫວ່າງນ້ຳ....ເປັນກອນແກ້ວໃຫ້ຄ່ອງຄື
ລຳກະໄດ້...............ທັງອ່ານກະເພິນໃຈ
ວິວັ່ງວອນ..............ວ່ອນສາວຜຍາກ້ຽວ
ສັພສັນສໍ້..............ປານສຽງຊໍອ້ອຍອິ່ນ
ດິນຂອງລາວແຫ່ງນີ້.......ແຕ່ເໝືອໃຕ້ແມ່ນດອກກອນ...ທ່ານເອີຍ.