Friday, November 19, 2010

Bounmy Kanya / Mind and Body

1 comment:

  1. ເຮຶອສະເພົາພາເວີ້ງ............ວົນໄປທຸກແຫ່ງ
    ເຮຶອແມ່ນມີຄົນພາຍ............ແມ່ນະທີຫາກແຮງລ້ຳ
    ພາສະເພົາເຂົ້າ...............ປອງແປວນ້ຳລ່ອງ
    ສຸດທີ່ວາດທີ່ແຈ້ວ...........ສະເພົາກໍ້ບໍ່ຢາກຟັງ

    ກາຍຂອງຄົນເຮົານີ້...........ຄ່ອຍປີ້ນປ່ຽນຕາມກາລ
    ບໍ່ຮ່ອນຄົງເໜືອນວັນ.......ຈາກໄປຫວນກ້ຳ
    ຮອດອາທີດໝ້າ..............ກໍຫວນມາຄືເກົ່າ
    ເປັນວັນຈັນຈວບເຈົ້າ.........ແຕ່ຄົນແລ້ວບໍ່ທວນ

    ອາຍຸເລີຍຍ່າງເຂົ້າ..........ແຕ່ວັນເກີດຫາວັນຕາຍ
    ກາຍກາຍໄປທຸກສະຖານ..........ທຸກວັນທຸກຂັ້ນ
    ຈາກໝຸ່ມກາຍເປັນເຖົ້າ......ຫົວຂາວໝັງຢ່ອນ
    ຄວາມຫວານຍາມໝຸ່ມນ້ອຍ.....ຂົມໄດ້ເມື່ອຊະຣາ

    ຫາຫຍັງແນ່ບໍ່ໄດ້..........ໃນໂລກທີ່ເຮົາຢືນ
    ທຸກສັດສາສີຫຍັງ...........ກໍປ່ຽນແປໄປພ້ອມ
    ຄວາມທ່ຽງຕົງຄືເວົ້າ.......ວັນເວລາກຳໝົດແຈບ
    ຮອດເມື່ອມາຮອດແລ້ວ........ທຸກຄົນກໍຈາກຈອນ..

    ReplyDelete