Monday, November 22, 2010

Namphay / Orange Garden

1 comment:

  1. ບໍ່ມີຫຍັງຈະຢູ່ຄ້ຳ.......ຍືນນານໄດ້ຫຼາຍສ່ຳ
    ທຳມະຊາດບໍ່ຢຸດເຊົາ.......ຖ່າຍຖອນຫັຍງໄວ້
    ເວລາຝັ້ນ.................ຜັນໄປບໍ່ຢຸດຢ່ອນ
    ບັ້ນບ່ອນໃດບໍ່ຢູ່ໄດ້......ຍືນໜັ້ນໜື່ນປີ

    ສັງຂານຄົນແລະວັງນ້ຳ......ກໍແປປ່ຽນໄປຄືກັນ
    ແຫ້ງຂອດເຂິນຫວຍຫາຍ........ປ່າດົງກໍສູນສ້ຽງ
    ສວນໄທເຈົ້າ...............ແຄມຂອງມັນກະກ່ອງ
    ຄອງນ້ຳໄຫຼສູ່ມື້.........ມັນເຊາະທື້ນສູ່ຄືນ

    ກາລເວລາກະຜ່ານຜ້າຍ........ກາຍໄປຫຼາຍຂວບ
    ຈວບຈົຍເຖິງວັນວານ.........ກ່າວຂານຫາບໍ່ພໍ້
    ທັງຍາຍເຖົ້າ..............ກະເຫຼືອພຽງພາບຖ່າຍ
    ວິນຍານຂອງເພິ່ນຜ້າຍ.......ໄປແລ້ວແຕ່ປະຖົມ

    ຈົ່ມຫາກັນພໍ້ແກ້..........ຫວນຫາຄຳອິ່ແມ່
    ທີ່ສັ່ງສອນບອກໄວ້..........ເຕຶອນເຈົ້າໃຫ້ຮ່ຳຮອນ...ໝາມໄຜ່ເອີຍ.

    ReplyDelete