Friday, November 12, 2010

M. Muangtai / Lao Language

1 comment:

  1. ຕຳນານສຽງສ່າກ້ອງ...........ພາສາແມ່ຂອງໄທເຮົາ
    ນົມນານມາ...................ແຕ່ປາງປະຖົມເຄົ້າ
    ຂຽນຮຽນຮູ້..................ກັນມາຫຼາຍເຊັ່ນ
    ເປັນປະຫວັດສຶບໄວ້...........ທັງກົກເຫງົ້າຄ່ອຍສ້າງແປງ...ມານໍ

    ຕົກມາໃນຍຸກໃໜ່ນີ້.........ສາມສີບປີກາຍຂວບ
    ພາສາລາວເຮົາເປັນ............ມົວໜອງມົ້ວເມົາປານບ້າ
    ເດັກນ້ອຍລາວສະໄໜນີ້........ປາກຄວາມລາວກະບໍ່ຖ່ອງ
    ທັງບໍ່ຮູ້ຮອດເຄົ້າ..........ຄຳແທ້ມາແຕ່ໃສ?

    ອັສຈັນໃຈໂອ້...............ໂສກັນຄືຕຼາດ
    ພາສາແກມກັນໄປ..............ສູ່ອັນເມົາມົ້ວ
    ທັງຄຳໄທຄຳຫໍ້............ພາສາແກວຈີນຝຣັ່ງ
    ຣ ເປັນ ລ ລັດລີ້ ..........ຣັຖບານກໍ້ ເປັນລັດທາງ.

    ຫຼືວ່າຄົນໃນຣະບອບນີ້.......ເວົ້າງ່າຍລືມຕົນ
    ພາໃຫ້ຄົນບໍ່ເຫັນຜົນ........ພາສາຕົນໃຫ້ເປັນເປັ້ຍ
    ເມື່ອໄດ້ເຫັນແນວນີ້........ສີພາສາບ້ານອີ່ແມ່
    ເໜືອນມີເວນຈ່ອງນ້າວ......ລົງໜໍ້ອະເວຈີ...ແທ້ລະໝາ

    ສະພາລົງມະຕິໃຫ້...........ຂຽນຂີດຕາມໃຈ
    ບໍ່ມີກົດເກັນຫຍັງ...........ບົ່ງບອກແນວທາງໃຫ້
    ຫຼັກໄວຍະກອນກໍ້...........ດັດແປງປີ້ນປ່ຽນ
    ເພື່ອຮັບໃຊ້ພວກພ້ອງ.......ການເມືອງນັ້ນບໍ່ຄວນ.

    ພາສາແມ່ເປັນຂອງຂ້ອຍ......ຂອງລາວທຸກທ່ານ
    ບໍ່ແມ່ນຂອງພັກໃດ.........ພວກໃດເດິເຈົ້າ
    ຄວນໃຫ້ເປັນກາງໄວ້........ແນວທັມໄດ້ວາງບອກ
    ບໍ່ແມ່ນເຫັນແກ່ແຕ່ໄດ້....ເໜົາໂກ້ຍແຕ່ຝ່າຍຕົນ..ບໍ່ເປັກດາຍ.

    ReplyDelete