Saturday, November 20, 2010

Sengphouxay Inthavikham / Man of Experience

1 comment:

  1. ເປັນຜູ່ມີປັນຍາແລ້ວ.....ກະຍັງດີບອກເຕຶອນໜູ່
    ທັງຫຼານເຫຼັນລູກເຕົ້າ...ເຂົາໄດ້ເຊື່ອຟັງ

    ຍາມສັ່ງສອນຜູ່ອືນແລ້ວ....ໂຕເອັງຕ້ອງຖືແບບ
    ຢ່າພ່ອງສອນຄົນເຂົາ........ແຕ່ໂຕແພັດໂຕນໝີຄ້າຍ
    ສອນຫຼານຫຼ້າ..............ຢ່າສຸກເກິນກ່ອນເຫິ່ມ
    ບາດໂຕເອັງພັດແລ່ນກ້ຽວ.....ສາວນ້ອຍຢູ່ບໍ່ເຊົາ

    ເດັກນ້ອຍເປັນດັ່ງໄມ້.......ຮຽວໄຜ່ເບັດສະບາຍ
    ເປັນນາຍຄູຂອງເຂົາ..........ສັ່ງສອນຮຽນຮູ້
    ຫາກຄູເປັນຄູແທ້............ບໍ່ພາໄປທາງຊົ່ວ
    ຫາເສບສົມໜົກມົ້ວ.........ວົງເຫຼົ້າເເອ່ວສາວ

    ຍາມເດັກເຫັນແບບນັ້ນ........ບໍ່ຫ່ອນຢາກຫົວຊາ
    ດັ່ງເຈົ້ານາຍຄົນດີ.........ບອກໃຫ້ເຂົາຣັກເມືອງບ້ານ
    ເສັຍລະຫຼະໃຫ້..............ແມ່ນຊີວັງມ້ວຍໜຸ່ນ
    ລັບຫຼັງແລ້ວແດກທື້ນ........ກິນບ້ານສໍ້ຫຼວງ.

    ຈຶ່ງວ່າ ສອນກໍສອນສັ່ງໄດ້...ແຕ່ຫົວໃຈກະຕ້ອງຮ່ຳ
    ພາເຂົາທຳຄວາມດີ...........ຈຶ່ງຊິມີຜົນໄດ້
    ຍາມຜູ່ສອນມີສິນຫ້າ.........ປະຈຳໃຈເຂົາກໍຮ່ຳ
    ຢາກໄປນຳສູ່ບາດກ້າວ........ບໍ່ຈຳຕ້ອງຂູ່ເຂນ..ດອກໝາ!!

    ReplyDelete