Monday, November 1, 2010

Bounmy Kanya / Rusty Shelter

1 comment:

  1. ບໍ່ຢາກກັບຄືນໄປ.....ຫາສາລາທີ່ຂາດວາດຄອງ
    ບໍ່ຢາກກັບຫານ້ອງ....ຜູ່ຈາກໝີມາ
    ບໍ່ຢາກັບຄືນໄປ......ເພາະເສັ້ນທາງທີ່ຕັດຜ່າ
    ເຂົາບໍ່ປະທາງສູ່ສາລາ.ດັ່ງເກົ່າມານານມາແລ້ວນ້ອງ.

    ເຈົ້າອາຈຄອງຄອຍຫາ....ທີ່ສາລາແຄມປ່າ
    ດ້ວຍໃຈຫວັງຈະຖ້າ.....ທັງນ້ຳຕາລິນຕົກ
    ແຄມສາລາປ່າເຮື້ອ.....ມັນຮົກ
    ແຕ່ກົກໄມ້ໃບຫຍ້າ.....ເຂົາພາກັນຕັດຮອນ.

    ບໍ່ຢາກກັບຄືນຫາ......ທານທາຣາທີ່ຣະບົມ
    ມັນເກັບຄວາມຂື່ນຂົມ..ບົ່ມໃຈໄໜ້ຮ້ອນ
    ຄີດເຫັນພາບເຄີຍແຍງ...ຄີດເຫັນແສງເຄີຍຊ່ອງ
    ຍັງຄີດເຫັນພຽງນ້ອງ...ຍາມຮ້ອງໄຫ້ຮ່ຳໄຮ.

    ຫາກກັບໄປສູ່ຫ້ອງສາລາ...ຫຼັງເກົ່າ
    ຄວມເກົ່າຄວາມຫຼັງ......ທີ່ຍັງຝັງໃຈ
    ແຕ່ເຮົາສອງ............ຕ່າງມີພັນທະທາງໃໜ່
    ທີ່ທຸກຄົນຕ່າງໄດ້......ສັນສ້າງເມື່ອຫ່າງກັນ...

    ປ່ອຍເປັນຄວາມຫຼັງໄວ້...ກາຍເປັນເພື່ອນໜູ່.ກັນດີບໍ?
    ມາພາກັນຍໍເສົາສູງ......ຄ້ຳຈູນສາລານ້ອຍ
    ໃຫ້ລູກຫຼານເຮົາໄດ້.....ເອົາໃຈສຸມໃສ່
    ແປງສາລາໃຫ້ເຈີດຈ້າ.....ໄທເຮົາມາຖ້ານັ່ງຊົມ.

    ReplyDelete