Monday, November 22, 2010

Foy Sanakam / Fish In An Arid Pond

1 comment:

  1. ອິຕົນປາເຂັງໃນນ້ຳຂ້ອນ.....ເຂິນຂາດເວິນວັງ
    ອິຕົນປາເຂັງຂັງ............ບວກວັງທີ່ພອຍນ້ຳ
    ຄວາມຫວັງປາເຂັງກັ້ງ........ຄືແຂງບໍ່ອາຈແກວ່ງ
    ຟາດໃຫ້ກັມແຕກມ້າງ.........ແປປີ້ນເຈີດບິນ....ເປັນເດ

    ປາເຂັງຫຼືກໍຫາກແກ້ງ........ບໍ່ລົງຮ່ອງປອງແປວ
    ຍາມຣະດູກາລໜົດ...........ບໍ່ສັ່ງໝອງລອຍລີ້ວ
    ນຳຝົນເທັ້ງ...............ຫຼັງຣະດູຟ້າກ່ຳ
    ຫາກເຈົ້າທັນຫຼີ້ນນ້ຳ......ຄືປາກັ້ງຫ່າງວັງ

    ແຕ່ໃຈເຈົ້າແຈບຈ້ຳ.........ໜາຍຢູ່ວັງໝອງ
    ແມ່ນຊິຄອງຄອຍນານ...........ຮ່າຝົນກໍທົນຖ້າ
    ອະນິຈາແທ້ນໍເຈົ້າ..........ປາບໍ່ຫາຍໃຈລ່ວງ
    ຍາມເມື່ອເຂິນຂາດນ້ຳ........ປານັ້ນກະເຫຼົ່າຕາຍ

    ຍາມນ້ຳນອງຫຼັ່ງລົ້ນ.......ໜູ່ມົດແມງມັນ
    ຫຼືກໍເປັນອາຫານປາ..........ໂຊກດີຍາມນັ້ນ
    ຫາກເມື່ອຍາມແຮງນ້ຳ........ຂອດເຂິນແຫ້ງຂາດ
    ໜູ່ມົດແມງກໍຫາກໄດ້.......ມີໄຊຖ້ຽວແຫ່ງຕົນ.

    ໂລກນີ້ມີກົດຂັ້ນ...........ຂອງມັນຄັກແນ່
    ແຕ່ຫຼາຍອັນຫຼາຍແນວ........ໜູ່ຄົນຢາກຜັນຜ້ຽນ
    ສັບປ່ຽນປີ້ນ...............ກັນໄປແບບໃໜ່
    ໂລກຈຶ່ງໂງຕ່າວປີ້ນ.........ພ່າງໄຫຼຖ້ວມສັ່ນສະເທຶອນ..
    ກະມີດາຍ.

    ReplyDelete