Sunday, November 7, 2010

Nithra / Moonless Night

1 comment:

  1. ຄືນເດືອນມືດຈັ່ງຊີ້...ຜີບໍ່ທ່ອງຄົນບໍ່ທຽວ
    ແຕ່ວ່າຜີອັບປີ........ລັກໜາກຍົມຍາມແລ້ງ
    ຜີຂວງບ້ານ............ກັດກິນກວ້ຍແມ່ໃຫຍ່
    ໄກ່ໃນລົກກໍຫາກສ້ຽງ....ສູນໄດ້ດັ່ງດຽວ.
    ຫຼຽວໄປທາງພາກກ້ຳ.....ເຮືອນແນບນາງນອນ
    ຫຼັບຫຼືໃດຂວັນຕາ......ພໍ່ນາງໄປໃສແລ້ວ
    ບໍ່ແມ່ນແມວໃດນີ້ .....ຊາຍພອຍຈົ່ງເປີດປ່ອງ
    ກອນປະຕູເປີດກວ້າງ......ຕົວອ້າຍຊິລ່ວງຫາ...ນາງນາ.
    ຫາກບໍ່ເຊື່ອວ່າແມ່ນອ້າຍ..ໃຫ້ຄຳດູແກ້ມບ່ອງ
    ສອງແຂນອ້າຍຫ່າວແຂງ.....ກິ່ນກາຍພໍໃຊ້
    ກວນໃຈສາວມາຍມາກ........ມານານຫຼາຍສ່ຳ
    ຄຳເບິ່ງດູນາດນ້ອງ......ເອິກອ້າຍເຄັ່ງຕຶງ.
    ບໍ່ຕ້ອງຈາກ່າວຕ້ານ......ຄຳໃດໄຮ້ປະໂຫຍດ
    ໂອດໂອຍສຽງພຽງໃຈ.........ຄ່າຄອງແຮມຂ້າງ
    ຈະພານາງນ້ອງ......ເຫາະເຫິນເດິນອາກາດ
    ບາດພໍ່ນາງຄາດຮູ້...ຄໍອ້າຍຂາດແນ່ນອນ..ກະຕາມແຫຼ້ວ.
    ຂໍພຽງສອງເຮົາໄດ້...ເຫິນໄປສູ່ໂລກໃໜ່
    ທີ່ສຸຂສັນແຊບຊ້ອຍ..ຂໍນາງນ້ອຍຢ່າອ່ຽງອາຍ....
    ດອກໝາ

    ReplyDelete