Saturday, November 20, 2010

NamHeang / My King Hero

1 comment:

  1. ເປັນກະສັດຜູ່ຊ່າລ້ຳ......ທັງເຈັບແສບແສນເຂັນ
    ສູ້ເພື່ອລາວໃຫ້ຄົງລາວ.....ແຕ່ຖືກໃຜຫັກເສັ້ນ
    ເປັນໝອນຢູ່ໃນໄສ້.........ສາຍໃຍໃຫ້ຊາດອື່ນ
    ກ້ຳກຶນຫຼາຍເມື່ອຮູ້......ເຫັນເຈົ້າຢູ່ຄຸກເຂົາ

    ສຸດສະຫາວອ່າວເອີ້ນ........ກູ້ຊາດແຜ່ນດິນລາວ
    ອານາຈັກຫ່າວໃຫຍ່ໂຕ........ຖືກເຂົາທຳລາຍມ້າງ
    ເຜົາວຽງຖີ້ມ..............ເຫຼຶອເປັນໂພນຂີ້ໜາຈອກ
    ທັງທັບມ້າງ...............ຫໍໂຮງແກ້ວວັດວາ

    ຖືຕົນເປັນພຸທກອນລ້ຳ......ຮັດຮີດເໝືອຫົວ
    ແຕ່ພັດເຜົາຜານວັດ.........ພຸທທັມຫໍແກ້ວ
    ຄົນໃຈໂຫດ.................ຫີວຕາຍໃສມາເກີດ
    ຊ່າງໂຫດຮ້າຍ..............ຫົດຫ້ຽມກວ່າສັດສາ.

    ເຈົ້າອະນຸໃນໃຈຂ້າ........ເໜືອນຄວາມຝັນສຸດທີ່ອ່າວ
    ຢາກເຫັນລາວໂຮມກັນ........ສ້າງສີແປງບ້ານ
    ຕົກມາປາງຫຼັງນີ້.........ອາຈມີສີສວຍເດັ່ນ
    ຫາກບໍ່ເຫັນແກ່ແຕ່ເສັ້ນ...ສາຍເຊື້ອພັກພວກຕົນ

    ພາກັນເຫັນທາງກວ້າງ.......ປະຫວັດສາດສອນມາ
    ຍາມໃດເຮົາຜິດຖຽງ.........ບໍ່ລົງຮອຍກັນແລ້ວ
    ມີແຕ່ແນວຊິດັບມ້ວຍ.......ຄຳວ່າລາວຊິແຕກຫ່ານ
    ໃຫ້ພາກັນເກອດກ້ຽວ.........ຄໍເຂົ້າຮ່ວມສ້າງແປງ..ເຈົ້າເອີຍ!

    ReplyDelete