Friday, November 19, 2010

Namphay / History

1 comment:

  1. ຫາກໍໄຂແຂແຍ້ມ.....ເປີດປ່ອງຫາປະຫວັດ
    ເຫັນຄຸນຄອງກະສັດ...ທີ່ທຸກຄົນພຽນນ້ອມ
    ປາງຫຼັງໆນີ້...... . ພາກັນຄີກີບດອກ
    ຕຳນານລາວແຕ່ກີ້...ທີ່ເຄີຍຖີ້ມຢຽບຫຍາມ

    ອະນຸວົງແຫ່ງເຈົ້າ...ກັບຕ່າວຈາກຄວາມຫຼົງ
    ຂອງປວງຊົນເປັນນາຍ...ຄອບຄອງເມືອງບ້ານ
    ນຳມາສ້າງ.........ເໜຶອນເຈດີນັບໝໍ່
    ອະນຸສາວະຣີເປີດໃຫ້..ເຫັນໄດ້ຈາກຕ່າງແດນ

    ແຄມຝັ່ງນັ້ນ........ພຣະອົງກໍເຄີຍເດິນ
    ແຄມໝອງຫານ.........ເຂດລຳພູພຸ້ນ
    ແຕ່ວາສນາຫາກສ້ວຍ....ເສັຍຊັຍແບບບໍ່ງ່າຍ
    ຍ້ອນລູກນ້ອງຂີ້ເລ້...ເຫັນກົ້ນດີກວ່າເມືອງ..ລາວແລ

    ຕົກມາໃນຍຸກນີ້......ສັກສີທ່ານອາດຍາສິດ
    ກໍຫາກເຊຶອມໆສີ......ບໍ່ຢາກມີໃຜຮ້ວມ
    ການງານສ້າງ.........ແນວໃດໃຜບໍ່ຮ່ວມ
    ແນວວ່າຮວມຫົວສແຕກບ້ານ..ແທບໜົດສ້ຽງສູ່ອັນ

    ດິນກໍຂາຍເຊົ່າໃຫ້.....ຄົນເຂົາເປັນເຊັ່ນ
    ປ່າໄມ້ກໍຍັງເຫຼຶອ.....ທໍ່ອອງມືນ້ອຍ
    ທັງສາຍນ້ຳ...........ສາຍຂອງກໍຈັບຈ່າວ
    ໃຫ້ຄົນເຂົາຕ່າງດ້າວ...ກວນສ້າງເຂຶ່ອກັນ...ນ້ຳຂອງແລ

    ມີຫຍັງເຫຼືອຈູງໃຈໄດ້....ບໍ່ທໍ່ໄຍປະຫວັດສາດ
    ຈື່ງຟື້ນຟູອົງກະສັດ....ທີ່ດ່າມາແຕ່ຄາວກີ້
    ໃຫ້ມາຊູມາຄ້ຳ.........ຣັຖການຣະບອບໃໜ່
    ໃຫ້ຍືນຍາວຢູ່ຄ້ຳ......ໃຫ້ເຂົາໄດ້ສຶບ...ແຫ້ນກິນຊາດໂອ໋!

    ReplyDelete