Tuesday, November 23, 2010

Bouavanh Sidavong / Poetry Land

1 comment:

  1. ເປັນອຸທຍານພວມແຍ້ມ........ໄຂສີໃຫ້ເໜືອນເກົ່າ
    ໂຮມໜູ່ລາວພີ່ນ້ອງ........ສານຂໍ້ຕໍ່ກອນ

    ເປັນແຫ່ງຫ້ອງ..............ເຮືອນອັກສອນແສນສະອາດ
    ຂຽນຮ່າຍແກ້ວ..............ກອນຫ້ອຍກາພງາມ

    ທັງໂຄ່ງຫ້າ...............ໂຄງເຈັດທີ່ສວຍຍິ່ງ
    ທັງຍິງຊາຍລົງຂຽນ...........ສູ່ກັນສັນສ້າງ
    ເວທີກວ້າງ.................ໂຮມກັນບໍ່ມີເຂດ
    ແດນກີດກັ້ນ...............ສົ່ງເຖິງໄດ້ບໍ່ອາຍ

    ໃນດິນແດນດ່ານບ້ານ.........ຂົງເຂດແດນລາວ
    ທຸກທົ່ວທັງເມືອງເຮົາ.......ໜູ່ເຮົາຂຽນຂື້ນ
    ເປັນກອນແກ້ວ..............ກອນລຳທຸກໆແຫ່ງ
    ຄອນສວັນເຂດໃຕ້............ລຳພື້ນລ່ອງແປວ

    ມະຫາໄຊກະມ່ວນແມ້ງ........ຜູ່ໄທພ່ຳອອນຊອນ
    ບ້ານຊອກກອນແຂງຂັນ........ຕັ້ງຫວາຍມາຍມ້ວຍ
    ສາຣະວັນຫັ້ນ.............ພາກັນເຕັ້ຍຕ່ຳໆ
    ຂັບລຳໂສມແສບຊ້ອຍ........ງິນແມ້ງມ່ວນໃຈ

    ຂັບງື່ມໂອໂອ່ຍໂອ້ນ.......ທັງຂົງເຂດຊຽງຂວາງ
    ຂັບເມືອງຫຼວງ............ລ່ວງລົງລອຍນ້ຳ
    ລຳເພິນພ້ອມ.............ຕີກອງເຕິະເຕິ່ນ
    ກ້ຽວລົງເວິນຫວ່າງນ້ຳ....ເປັນກອນແກ້ວໃຫ້ຄ່ອງຄື

    ລຳກະໄດ້...............ທັງອ່ານກະເພິນໃຈ
    ວິວັ່ງວອນ..............ວ່ອນສາວຜຍາກ້ຽວ
    ສັພສັນສໍ້..............ປານສຽງຊໍອ້ອຍອິ່ນ
    ດິນຂອງລາວແຫ່ງນີ້.......ແຕ່ເໝືອໃຕ້ແມ່ນດອກກອນ...ທ່ານເອີຍ.

    ReplyDelete