tag:blogger.com,1999:blog-2322487671582700152.post1296758701290685049..comments2012-10-01T20:43:32.815-07:00Comments on Lao Poets Corner Page 3: Xaysouvanh Phengphong / Beach SunsetUnknownnoreply@blogger.comBlogger1125tag:blogger.com,1999:blog-2322487671582700152.post-21406833703015501922011-07-22T02:01:34.857-07:002011-07-22T02:01:34.857-07:00ກາພກອນຂອງລູງທີ່ເກີດໃນຣະຍະນີ້ ເຫັນວ່າມີ ``ໂນສຕາລຈີ`...ກາພກອນຂອງລູງທີ່ເກີດໃນຣະຍະນີ້ ເຫັນວ່າມີ ``ໂນສຕາລຈີ``ຫຼາຍແລະສະເທຶອນໃຈຍາມອ່ານ!

``ນີ້ນໍເພິ່ນກ່າວເວົ້າ........ຄົນແຮມຖິ່ນໄກດົງ
ບ່ອນທີ່ເຄີຍເນົາພັກ...........ຢູ່ເຢັນຕ້ອງໄກເວັ້ນ
ລາວແສນເຂັນແສນເສົ້າ...........ເອົາໂຕໝີຜ່າຍ
ແຜ່ນດິນຕົນເກົ່າກີ້...........ປະຫວັດເອີ້ນບອກມາ.

ຄວາມຮຸ່ງເຮຶອງກ່ອນກີ້.........ບໍ່ອາຈເຫຼຶ່ອມງຳປົກ
ໃຫ້ຄົນລາວຮອນເຫັນ.............ສິ່ງໃດດີໄດ້
ໃຜເປັນເພື່ອນແທ້..............ໃຜເປັນເພື່ອນຮ່ວມ
ວົງເຫຼົ້າແກ້ວ................ຫວັງແຍ້ງແຍກດິນ

ຄົນລາວຫຼາຍຄົນເພີ້............ຝັນເຫັນຣະບອບໃໜ່
ລືມຮີດຄອງເຄີຍມີ..............ປ່ອຍໄລລາຖີ້ມ
ຢາກໃຫ້ລາວແດງເຂັ້ມ...........ບໍເຫັນເຂັມເຂົາຝັງຢູ່
ສີຫຼາກຫຼາຍລຶບຖີ້ມ...........ແປງບ້ານແຍກເຜົ່າພັນ

ອັນຄວາມຝັນໃໜ່ນັ້ນ.........ຍັງເປັນຢູ່ຄືຄວາມຝັນ
ສາມສີບປີກາຍໄປ...............ຄົນໃໜ່ເປັນຄົນຄ້າຍ
ນິສັຍສ້ຽງ...................ບໍ່ຄືນິສັຍລາວກ່ອນ
ທີ່ມີໃຈອ່ອນນ້ອມ.............ປັນຍາກວ້າງເພື່ອແຜ່ກັນ

ກາຍເປັນຄົນຄືຄົນຫັ້ນ.........ດ້າມດັ່ງໜາໄນ
ມີແຕ່ຄວາມສົງສັຍ.............ກອບໂກຍກິນບ້ານ
ວັທນະທັມສ້ວຍ................ແສງທັມກໍພອຍເຊື່ອມ...ຄືກັນດາຍ
ຄຳປາກເວົ້າກໍ່ຫາກຫຼ້າຍ......ກະເທິນແທ້ໜູ່ລາວ...ເຮົາເອີຍ!khataohttps://www.blogger.com/profile/06781042115940892046noreply@blogger.com