Monday, November 1, 2010

Tawansai / Reality

3 comments:

  1. ຫາກແນ່ນອນໜັ້ນໃຈ......ຄົບຖ້ວນບໍ່ຈວນເຈ
    ບອກຮັກແທ້..............ແກ່ໃຜດ້ວຍໃຈຈິງ
    ແນ່ນອນລະຮັກນັ້ນອາຈ.....ພາດພິງ
    ເພາະຄວາມຈິງມັນຍັງປ່ຽນ..ຜຽນຕາມແນວ.

    ແນວທາງຮັກອາຈ...........ສຸດສ້ຽງພຽງນາງດຽວ
    ເພາະກົມກຽວຮັກກັນ.......ນັ້ນແນ່ແນ້ວ
    ບອກຮັກໄວ້ດ້ວຍໃຈ........ທີ່ຄາດແຄ່ວ
    ຖີ້ມເປັນແຖວ............ຄວາມຫຼັງທີ່ວັ່ງເວ..

    ReplyDelete
  2. ອະນາຄົດ ດັ່ງຝັນ ສັນໃດແທ້
    ອາດຈະຈິງ ບໍ່ແນ່ ແລ້ວແຕ່ເຮົາ
    ການປູທາງ ວາງແຜນ ຕາມໃຈເຈົ້າ
    ຮູ້ໃຈເຮົາ ເບິ່ງເຂົາ ໃຫ້ດີພໍ

    ຄວນຮູ້ຈັກ ຊັ່ງໃຈ ຄົນອື່ນດ້ວຍ
    ຫາກມົວມ້ວຍ ຖືຫລັກ ຄັກແທ້ໜໍ
    ເຫັນໃຈເຂົາ ເອົາໃຈຕົນ ກໍຄົງພໍ
    ແລ້ວຄວາມສຸກ ນັ້ນໜໍ ກໍຕາມມາ

    ReplyDelete
  3. ຄວາມເປັນຈິງຮັກແທ້ທີ່ຈາກໃຈ
    ເຈົ້າກ່າວໄຂຄວາມໃນວ່າສຸດປວດ
    ເໝືອນເອົາເຫລັກແລະມີດມາກີດຄວັດ
    ໃຫ້ເຈັບປວດດັ່ງທາສທີ່ເຂົາທຳ

    ຄວາມຈິງຄືຫົວໃຈທີ່ກ່າວຂານ
    ຮັກເຮົາເປັນຕຳນານຍ້ອນໃຈເຈົ້າ
    ຖືກຕົ້ມເປື່ອຍຈົນເລະໝອງອັບເສົ້າ
    ຄົງສຸກໃຈຂອງເຈົ້າຫາກເຫງົາຕາຍ

    ReplyDelete