Friday, November 12, 2010

Sengphouxay Inthavikham / To Whom Beyond The Sea

1 comment:

  1. ຄຳເຊິນງາມເຫຼືອລົ້ນ........ໃກ້ຄວາມຈິງແນ່ຫຼືບໍ່?
    ຫຼືພຽງເຊິນຄືໆ..............ວ່າປ່ຽນເປັນໄປແລ້ວ
    ເມືອງລາວຂ້ອຍ...............ກັບກາຍເປັນບ້ານໃໜ່
    ຫວັງໃຫ້ມາສຶບສ້າງ...........ນຳເຈົ້າຮ່ວມກັນ ..ວ່າເດ!

    ກົດໜາຍກໍຂີດຂັ້ນ...........ເປັນແຜ່ນປືກໝາ
    ຕາມຣັຖທັມມະນູນ.............ແຕ່ງເຕີມດາໄວ້
    ແຕ່ຫາກຍາມໃດເຈົ້າ...........ຢາກທຳຫຍັງຕ້ອງບອກກ່ອນ
    ບໍ່ຫ່ອນເຮັດດັ່ງດ້າມ........ຄືໃຈເຈົ້າຊິລື່ນຄູ

    ຄົນຄືຄູຂື່ຂັ້ນ.............ແມ່ນວ່າທ່ານອາດຍາເມືອງ
    ຄືຜູ່ນຳຂອງພັກ.............ສ່ອງເຫັນດີຈຶ່ງທຳໄດ້
    ຫາກຕາມໃຈເພິ່ນເຕື້ອງ.........ຈຶ່ງລົງມືໄດ້ທຸກຢ່າງ
    ສິດເສຣີຢູ່ຂັ້ນ..............ແຄ່ງຂາຄູ້ຄູ່ຄວນ

    ໃຜບໍ່ມີປັນຍາສູ້.............ອາຈອົດສຸເສັຍປຽບ
    ຜູ່ທຸກເຂັນຫອດໄຮ້.............ບໍ່ມີແລ້ວປາກສຽງ

    ນັ້ນຄືກົດແຫ່ງຂໍ້............ກົດໜາຍໃໜ່ມີມາ
    ຈົ່ງຮ່ຳຮອນດີໆ..............ກ່ອນຕັດສິນໃຈນັ້ນ
    ມັນຍັງມີຫຍັງບໍ່ແຈ້ງ.........ຂາວປານຝ້າຍປ່ານ
    ເຂົາພິກປີ້ນກະໄດ້.............ແນວເຂົາຫັ້ນແມ່ນນາຍ

    ເຈົ້າເອີຍ.

    ReplyDelete