Monday, November 1, 2010

SaixeLamphaou / Elephant And Frog

1 comment:

  1. ຄົນໃໜ່ມັກແບບນີ້..ບອກແນ່ຕາງຕົວະ
    ມັນຈຶ່ງນົວແນວກິນ...ກິ່ນປາແດກກົ້ວ
    ໃສ່ແປ້ງນົວນຳພ້ອມ..ຍອດນ້ຳຕານຫວານຕື່ມ
    ບໍ່ຈັ່ງຊັ້ນ.........ບໍ່ມັນແທ້ດັ່ງໃຈ.
    ຫາກໃຜເປັນຄົນດ້ອຍ....ເງິນຄຳທັງຊື່
    ສຽງຊິດີປາກຊິກວ້າງ....ບໍ່ເຫັນໄດ້ຊື່ຫອງ.
    ຄົນຈອງຫອງເຕັມບ້ານ....ຫາຢູ່ກິນສະບາຍ
    ໃຜເຫຼົ່າມີຫຼັງອິງ....ແຮງພີປານຊ້າງ
    ໃຜມີແວວແນວເຂົ້າ......ເກາະກູມກູ້ມກ່ອມ
    ກົບຈຶ່ງໝັກກວ່າຊ້າງ..ກາງມອງຖ້າປາຄ່າ
    ກາງແຮ້ວຖ້າເຮັ້ຍນ້ອຍ...ເມືອກ້ອຍສູ່ກິນ.
    ໃຜກະເຫິເຫິ່ເຈີ້ມ......ໄດ້ກິນດີຕຳໜາກຫຸ່ງ
    ກໍສົ່ງເສັຍສຽງສູງ......ບອກກັນເລິງເລື້ອຍ
    ນາຍຄົນໂກ້.............ໂຕມີແຕ່ຫຳດ່າງ
    ປັນຍາສາງຄີດແກ້........ສັງຄົມກົ້ວຊົ່ວບໍ່ເຍືອງ.
    ເປື້ອງແຕ່ຫາເງິນເຂົ້າ...ຖົງໂຕມັນງ່າຍ
    ຂາຍປ່າດົງເຂດນ້ຳ.......ດິນດອນບ້ານບໍ່ເຫຼືອ...
    ກິນກັນຢ່າງໝ້າດ້ານ....ໃຜຫານເວົ້າຫາກເໝົ່າຕາຍ...

    ReplyDelete