Friday, November 19, 2010

SaixeLamphaou / Chiangmai People

1 comment:

  1. ໄດ້ຟັງສຽງສາວຕ້ານ......ຄືໆຄຳລາວຫາກເວົ້າຕ່າງ
    ຢາກໄປເຫັນເມືອງເໝືອ...ຫ່າງໄກເຫຼືອກະດໍ້
    ຂີ່ຍົນຫໍເຫິນຟ້າ.......ໄປຢາມສາວຊຽງໃໜ່
    ເຂົາຊ່າສາວເຂດນີ້.......ງາມແທ້ອິ່ແມ່ເອີຍ

    ແຕ່ໃນຄຳທີ່ເພິ່ນຕ້ານ...ຂານມາວຽນບອກ
    ເປັນພາສາໄຕໄກ...........ແຕ່ປາງປະຖົມພຸ້ນ
    ແດນລາວກວ້າງ............ກວງໄກສຸດເມກ
    ຕົກມາຮອດພາກນີ້.........ເຫຼຶອໄດ້ທໍ່ເມດງາ

    ເຄີຍຖືກເຂົາເຂັ່ນຂ້າ......ຂັບໄລ່ລາວລົງ
    ມາທາງແຖວ................ຖິ່ນລາວດຽວນີ້
    ແຕ່ສົງຄາມຄາວກີ້.........ຮ້ອຍປີເຂົາກັດກົ່ນ
    ກັດກົ້ນລາວຈາກບ້ານ.......ແດນໄກພຸ້ນແຕ່ນານ

    ແຕ່ຊຽງໃໜ່ແຫ່ງນີ້......ຕົກທອດບໍ່ນານປີ
    ແຕ່ຄວາມສວຍສາວງາມ........ແມ່ນມີມາແຕ່ເຄົ້າ
    ເຂົາສ້າງສາກັນໄດ້.........ສຸຂສົມກັນຫຼາຍເຊັ່ນ
    ຍາມລາວຕ້ອງສູ້ກູ້........ດິນລາວຊ້າຍຝັ່ງຂອງ..

    ReplyDelete