Friday, November 19, 2010

Saifonh / River Of Passion

1 comment:

  1. ແຕ່ກໍມີຍາມແລ້ງ.......ທັງສາຍຂອງທີ່ນອງຜ່ານ
    ທັງສາຍໃຈທີ່ແຫ້ງ......ເຂີນຄ້ອຍຂອດເຂັນ

    ແຕ່ວ່າໃຈຈິງແທ້.......ໄທລາວເຂົາຫາກ
    ພັດພາກກັນບໍ່ໄດ້.......ແນວແນວເຊື້ອເຜົ່າພັນ
    ມີພຽງຂອງກາງຂັ້ນ.......ເປັນເຂດຂວາງຂັດ
    ຫາກວັດໃຈກັນດີໆ........ບໍ່ມີຫຍັງເຕື້ອງ
    ເຄືອງໃຈກັນມາເລື້ອຍ.....ກໍລົງກັນໄດ້ຢູ່
    ຫາກລາວເຮົາກະຮັບຮູ້....ໄທກະຮູ້ຮັບນຳ...ຫັ້ນນໍ!

    ແຕ່ສ່ວນນຶ່ງຂອງຄົນນັ້ນ...ມັກແບ່ງບິດບຽນ
    ຄິດວ່າຕົນສູງສັນ.......ຮັ່ງມີດີໄດ້
    ລາວຕາຂາວບໍ່ມີຂັ້ນ.....ລາວເອັງກະຮູ້ຢູ່
    ແຕ່ຄົນລາວເຮົາຜູ່ຮູ້...ກະມີມາກສ່ຳກັນ

    ມີບາງຄົນແຫນແຫ້.......ເຫິະເຫີ່ມນຳເຂົາ
    ເສັ້ງແສກສັກສີລາວ......ຕ່ຳເກີນນໍເຈົ້າ
    ໃຈຄົນຫ້ຽນ............ຫາຢາປົວຍາກ
    ປາກບໍ່ມີກະດູກນີ້.....ຜັນປີ້ນໄດ້ງ່າຍດາຍ..ເຈົ້າເອີຍ.

    ReplyDelete