Monday, November 1, 2010

NoumTai / Primordial Harvest

1 comment:

  1. ສມັຍໂລກປ່ຽນຍ້າຍນຳແລ່ນຕິດເຂົາ
    ຊວນສາວສວຍສາວນາແລ່ນໄປນຳພ້ອມ
    ບໍ່ຢາກລົງດຳນາແລ້ງເກັບກຳເກາະກ່ຽວ
    ຫຼຽວເຫັນຄວາມມ່ວນແມ້ງເມືອງຟ້າເຂດໄກ

    ຊີວີດງ່າຍກວ່າປອກກວ້ຍກິນກັນສຸດຊື່ນ
    ຄືນແລະວັນຄື້ນເຄັງຄູ່ບ່າວສາວເຂົາຍ້ອງ
    ຕາຍຄຳເວົ້າເງິນກອງວາງມອບ
    ຂໍຢ່າງດຽວນາດນ້ອຍມີໃຫ້ເຄິ່ງຄືນ

    ສາວບໍ່ເຫັນວ່າມັນສ້ວຍສູນເສັຍສີຕ່າງແນວໃດ
    ມ່ວນໄປວັນຄືນວັນວຽກບານນານ້ອຍ
    ອິດເມື່ອຍລ້າຫາປາຊິວລ້ຽງຊີບ
    ແສນຂອດແຄ້ນເຄືອງຂໍ້ບໍ່ທໍ່ເມືອງ

    ໃນເມືອງນັ້ນປານສວັນຊັ້ນສີ່
    ຕາບໃດຫອຍຈີ່ບໍ່ຫ້ຽນພໍຄືນບ້ານດອກອ້ານຈານ!!

    ຫາກວ່າໂຊກລາບໄດ້ອາຈໄດ້ຂີ່ຣົຖຄັນສວຍ
    ວິໂກ້ໂຕໂຍຕາຫຼືນານາຈິດຕັງແທ້
    ແຕ່ວ່າໃນຍາມນີ້ຄົນດີຂໍມ່ວນ
    ສວນກ້ວຍຍັງບໍ່ແພ້ຂໍອ້າຍຢ່າຄອຍ...ວ່າຊັ້ນແຫຼະ

    ReplyDelete