Wednesday, November 24, 2010

NoumTai / Poetry Preservation

1 comment:

  1. ນີ້ລະນໍເພິ່ນເວົ້າ........ໜາກມ່ວງຫຼົ່ນໄກກົກ
    ແຕ່ຍັງຄືແນວເດີມ.........ມ່ວງກະສໍກະເສນຫັ້ນ
    ພັນທະນັງກ້ຽວ............ຮັກສາມູນມັງອີ່ແມ່
    ພາສາລາວທີ່ແມ່ຕູ້ມ........ສອນຊີ້ສັ່ງມາ.

    ກິ່ນເຂົ້າໝຽວກະຍັງກູ້ມ...ກວມຫົວຫອມກຸ່ນ
    ແມ່ນໄດ້ກິນເຂົ້າແປ້ງ.....ໝົມປັງຫັ້ນຫາກບໍ່ຫຼົງ..

    ພາສາຮຽນມາໄດ້............ເມື່ອເຍົາວັຍນຳແມ່
    ທັງຄູບາອາຈານ............ຈື່ຈຳງຳໄວ້
    ທັງບົດທ້ອງ..............ບົດກອນກາພກ່າຍ
    ບົດທ່ອງຂື້ນໃຈຈື່ໄດ້.... ພຣະທັມເຈົ້າໝໍ່ພຸດໂທ.

    ທ່ານໝຸ່ມໃຕ້ກ່າວຍ້ອງ...ບໍ່ຜິດຮ່ອງແນວທາງ...ບໍນໍ?
    ເພາະຜູ່ໃຫຍ່ອຶ່ນໃດ.......ບໍ່ຢາກເຫັນຄົນໄກບ້ານ
    ມີຫຍັງໄດ້...............ດີປານພວກເພິ່ນ
    ພາສາແມ່ເພິ່ນກະພ້ຽນ......ຂຽນໄດ້ແບບໃໜ່ໄປ.

    ຈົນວ່າຄົນລາວນ້ອຍ........ຜູ່ກີດໃຫຍ່ລຸນຫຼັງ
    ປາກຄວາມລາວພໍກະຈາ........ເພິ່ນປ່ຽນພາສາເວົ້າ
    ທັງຂຽນພ້ອມ..............ສະກົດຕາມສຽງກ່າວ
    ຈົນວ່າລາວໃໜ່ນີ້.......ປາກ ຣ ແລ້ວຮອດ ບໍ່ເປັນ!

    ທັງເຄົ້າເດີມກະຕັດຖີ້ມ....ມັນກີດຂິນຕາ
    ພາສາເຮົາປັດຈຸບັນ........ຊອກຫົວບໍ່ເຫັນທ້າຍ
    ມາແຕ່ໃສແທ້.............ກົກກໍເຫງົ້າກຳເນີດ
    ໃຜຢາກຮຽນຮອບຮູ້ ........ຫາບໍ່ພໍ້ແທ້ເຫງົ້າຄຳ.

    ທ່ານເອີຍ.

    ReplyDelete