Friday, November 19, 2010

Laoskham / To Pray

1 comment:

  1. ເປັນຜູ່ນຳຄວນຮູ້.....ຮີດຮ່ອງຄອງທັມ
    ທັງສາຕສິລປ...........ທຸກວິຊາຄວນແຈ້ງ
    ເຫັນຣ່ອມທ້າງ..........ທັງເວຫາອາກາດ
    ຮູ້ຮອດບົດກອດກ້ຽວ.....ຄຳແກ້ລ່າຍພາງ

    ແຕ່ສິ່ງຄວນຄວນຮູ້....ໃນໃຈຕ້ອງຄິດຮ່ຳ
    ເຫັນເຂດຄອງແນວຄົນ......ຜູ່ທີ່ຕົນປົກຄອງຫັ້ນ
    ທັງໄທບ້ານ.............ໄທໄກເອຄທູດ
    ສານກ່າວຕັ້ງ...........ຂຽນໄວ້ໃຫ້ຄ່ອງຄື

    ກົດໜາຍນານາຊາດ........ກໍສອດຄ່ອງຄືກັນ
    ການປະຊາສຳພັນ.........ຢ່ອງຢາມທຽວຢ້ຽມ
    ຍາມເຂັນໄຮ້.............ປະຊາກອນຮ້ອນຫອດ
    ຕ້ອງຊ່ອຍສູ້............ຊູຊວ້ານທົ່ວເຖິງ

    ປາງເຫດຮ້ອນ.............ຮ້າຍຍິ່ງລວນລາມ
    ຕ້ອງພາຊົນຕົນ...........ກໍ່ແປງຕີຕ້ານ
    ມານພັຍຮ້າຍ.............ທຳມະຊາດຫຼືໃດ
    ບໍ່ໄຄ່ເມິນເສີຍໄດ້......ໄລຖີ້ມບໍ່ສົນ...ບໍ່ເປັນດາຍ!

    ReplyDelete