Saturday, November 20, 2010

DMS / If I Have

1 comment:

  1. ຢາກກັບຄືນຫາບັ້ນ..........ຄາວຍັງແລ່ນຫັນນຳກົ້ນພໍ່
    ຫືກັບຫໍໂຮງຮຽນ............ພວມແອບຂຽນເປັນໄດ້
    ໃນຫໍແກ້ວ.................ຫໍໄຕນັ່ງຟັງເທດ
    ບຸນພະເວດແຕ່ກີ້...........ຄືຊິແມ້ງມ່ວນກວ່າເດີມ

    ແຕ່ມັນເປັນໄປຍາກ..........ກໍຫາກຍັງຫວັງໃຫ້ເປັນຢູ່
    ຜັກຄີຄູ້ແຈ່ວຈ້ຳ.........ປາເຕົາແກ້ວ ອ່ອມຜຳ.

    ຫາກແມ່ນບິນເວິ່ນໄດ້.......ມີຣິດເດດລືຊາ
    ກໍຈະລອຍເວຫາ..............ໄປຢູ່ຄຽງນາງນ້ອງ
    ຜູ່ທີ່ໜາຍປອງເຂົ້າ........ພາຂວັນຮຽງຮ່ວມ
    ເນຣະມິດໃຫ້ນາງແກ່ນຫຼ້າ....ມາດອມຂ້າງບໍ່ຫ່າງລາ...ແທ້ໝາ!

    ReplyDelete