Monday, November 22, 2010

Dhammathara / Unstable Weather

1 comment:

  1. ເພິ່ນວ່າ:``ກັມໃດສ້າງກັມຍ່ອມຈວບຕາມມາ....ແມ່ນຕິ``
    ຍ້ອນນ້ຳມືຂອງຄົນ........ຈຶ່ງວ່າເປັນແນວນີ້
    ຄົນໆຫັ້ນ................ຫາວັນພໍກໍທັງຍາກ
    ມີທໍ່ຮ້ອຍ.............ຢາກຫວນໄດ້ໜື່ນພັນ

    ພາກັນຫວັງສວຍສ້າງ.......ມ້າງເຂດຄວາມສົມດຸນ
    ທຳມະຊາດທຳລາຍສູນ......ຖາກເພຖາງຖີ້ມ
    ຕັດຟັນຖີ້ມ.............ແນວໄມ້ງາມປ່າໄມ້ແກ່ນ
    ເຫຼຶອແຕ່ຕໍ່ແກ່ນຫຼ້ອນ...ເອົາໃສຈັ້ງໃຫ້ຮົ່ມໝາ

    ຍັງແຕ່ລາວເຮົານີ້.......ມີປ່າບໍ່ພໍວາ
    ປ່າເຄີຍຂຽວໝາຕຶບ.......ຟ້າວຖາງເພມ້າງ
    ອຸດົມການວ່າຈະສ້າງ......ເມືອງລາວໃຫ້ເຮືອງຮຸ່ງ
    ຂາຍປ່າຍາງປ່າແຕ້........ໜົດສ້ຽງສູ່ອັນ

    ສຳປະທານຕ່າງດ້າວ.......ເຂົາກໍຫັ່ນຕັດຕອນ
    ປ່າງາມຊອນລອນໜົດ.......ຖາກຖາງຈົນກ້ຽງ
    ວ່າຊິພຽນພາສ້າງ...........ປູກກົກຢາງສຶບຕໍ່
    ບາດສັນພູເຫຼຶອຂໍ້ຫຼໍ້....ໝີຊ້ຳບໍ່ປູກຫຍັງ

    ນະໂຍບາຍທ່ານທ້າວ........ອາດຍາໃຫຍ່ຄອງເມືອງ
    ເຫັນການໄກຂາວເຫຼືອງ......ແຕ່ກາຍເປັນແດງຊ້ຳ
    ເຈັບໃຈແທ້.............ຄົນລາວເອັງຖືກຂັບໄລ່
    ໝີຈາກດິນບ່ອນໄດ້.....ຂຸດສ້າງແຕ່ປູ່ຕາ...ມາແລ.

    ສົມໃຈບໍບາດນີ້.........ຟ້າປ່ຽນບຸກຄືນ
    ສາຍຄອງໄຫຼ.............ຖ້ວມເມືອງເພມ້າງ
    ລຳທານຫ້ວຍ............ເຫຼຶອຄະນາຮັບນ້ຳປ່າ
    ແຕ່ກ່ອນປ່າກອບກັ້ງ.....ເອົາໄວ້ໃຫ້ແກ່ຕົນ

    ນ້ຳຈຶ່ງບໍ່ຫຼັ່ງລົ້ນ...ເຟຶອນຟາດເປັນແຮງຜີ
    ທຳລາຍໄປທຸກອັນ.........ທີ່ຂັດທາງນ້ຳ
    ໃນເມື່ອຍົມຍາມແລ້ງ......ແຮງແສງກະຮ້ອນຫຸ່ມ
    ສຸມປານໄຟໄໜ້ບ້ານ......ສົມນ້ຳໝ້າ ພະເອກ ຄົນ!!!

    ReplyDelete