Monday, November 1, 2010

Chanh KanGna / Root

1 comment:

  1. ປຽບຄົນລາວດັ່ງຮາກໄມ້......ໃຫ້ຢຶດແຜ່ນພຽງໃດ
    ເລິກເທົ່າໃດຄືໜອງ........ດອກບົວຫຼືເຈົ້າ?
    ຫຼືວ່າລາວລາວນີ້.........ຕ້ອງມີສີຈຶ່ງມີຢູ່
    ຄູ່ຊາດສາຍອື່ນພຸ້ນ.......ຈຶ່ງເຕືອນແຕ້ມຕໍ່ກັນ

    ລາວຢູ່ໃສຫາກໃຈໜັ້ນ.....ຍຶດຖືຮີດຄອງເດີມ
    ໃນໃຈລາວຍັງຄືລາວ........ຈຶ່ງຊິຊາວຫາດາວໄດ້
    ຫາກໃຈລາວຍັງໜັ້ນ.......ຮັກຫອມກັນບໍ່ຕິໝ່າຍ
    ຄາຍຄວາມຫຼັງຄຽດແຄ້ນ.....ຍາມນັ້ນຈຶ່ງແມ່ນລາວ

    ແຕ່ວ່າລາວບາງດ້າວ........ສຫາວເກີນດາວໃຫຍ່
    ສູງພຽງໃດກໍບໍ່ເຫັນ.......ວ່າແຕ່ຕົນສູງລົ້ນ
    ປັນຍາຊົນແຖວໝ້າ........ແຖວຫຼັງບໍ່ພ້ອມພ່ຳ
    ບາງຄົນເຫັນແຕ່ຂັ້ນ.......ຮູດັງເຈົ້າເພິ່ນຜູ່ດຽວ

    ສັນໃດນັ້ນ...............ໂຮມລາວແສນຍາກ...ທ່ານເອີຍ
    ໃຜກໍເງີຍຄໍແຫງນ.........ເບີ່ງແຕ່ຕົນເລິງເລື້ອຍ
    ດັ່ງທີ່ເຫັນມານີ້.......ເມືອງລາວຫຼົ້ມບໍ່ກ່າວ
    ເພີ່ນສຫາວອວດໂອ້.........ວ່າລາວນີ້ຮັ່ງມີ

    ພາກັນຂາຍໜົດສ້ຽງ......ລ້ຽງພັກຮັກສາກັນ
    ຄວນປ່ຽນຜັນແນວຄິດ......ຄືນຮັກລາວກວ່າເຂົາພຸ້ນ
    ເຫັນເຮືອນ້ອຍ...........ທີ່ນຳລາວຈະຫຼົ້ມລ່ວງ...ແລ້ວເດິ
    ເຮືອພວງດອກດັ່ງທ່ອນໄມ້..ຊິຈົມແລ້ວແຫຼະ..ທ່ານເອີຍ.

    ReplyDelete