Friday, November 12, 2010

Bounthong Inthachack / Motherland

1 comment:

  1. ເຫັນຄວາມຄະນຶງຮອດບ້ານ.....ຍິ່ງແກ່ຍິງໜັກໝາ
    ພາຫົວໃຈໃຫ້ຮອນເຫັນ........ຮ່ອມທຽວທາງກ້ຳ
    ສີສັນກ້ຽງ...............ສາຍນະທີບ້ານອີ່ແມ່
    ໄປໄກຍິ່ງຮ່ຳຮ້ອນ.........ຫາເຈົ້າຢູ່ສູ່ວັນ

    ຄືນຝັນເຫັນຮ່ອງນ້ຳ......ເຄີຍຂ້າມລ່ວງເຄີຍກາຍ
    ດອນໜາກເກືອເຄີຍຫຼຽວ.....ໜາກຈອງເຄີຍຫຍ້ຳ
    ປາຊິວເຄີຍຫາສ້ອນ.........ກົບຂຽດເຄີຍຫາຄົ່ວ
    ຜັກບົ່ວຫອມກາບກູ້ມ.......ຍາມເອາະກ້ອຍໄຂ່ມົດແດງ

    ກິ່ນເຂົ້າເບຶອຍັງຫອມກົ້ວ..ແກງປາເຜາະມັນຈ່ອຍຫຼ່ອຍ
    ຫອຍຈູບຍັງມັນໆ...........ຮ່ຳຮອນເຫັນໄດ້
    ປານາງລອຍວັງນ້ຳ.........ກາງນະທີກາງແກ່ງ
    ປາເຂັງໃນບວກນ້ຳ.........ທີ່ຈວນແຫ້ງຂອດເຂິນ

    ຜັກຂະແຍງຍັງຂຸ້ນ.........ໃນແກງໝໍ່ໄມ້ປ່າ
    ອິນຖຫວາດອກຊ້ອນ...........ກະຍັງເຝື້ອຢູ່ແຝງ

    ແຮງໃຈໜາຍເມືອມຸ້ງ.........ນຳປອຍໄໜກ້ອງກີ່
    ອີ່ແມ່ເຄີຍຕ່ຳສີ້ນ........ໄໜພ້ອມຜ້າບ່ຽງໃບ...ເຈົ້າເອີຍ.

    ຫາກຫວນຄືນຫາໄດ້............ຍອດກະເດົາທີ່ຂົມຂື່ນ
    ຄືນໜອກໝາວລື່ນກ້ຳ........ກະຍັງສູ້ຢາກຢູ່ດອມ ແຜ່ນດິນດາຍ.

    ReplyDelete