Monday, November 1, 2010

Bounthanong Xomxayphonh / River And Beach

1 comment:

  1. ກົດເກນທີ່ທ່ຽງແທ້....ມີໃຫ້ແຕ່ບາງຄົນ
    ຄົນຄືຄົນ............ຄ່າຄົນບໍ່ທຽມເທົ້າ
    ຝູງຊົນສ້າງ..........ກົດເກນຂີດດ່ານ
    ຍ່ານນຶ່ງຫົວທໍ່ກຳປັ້ນ ຍ່ານນຶ່ງຫັ້ນທໍ່ມົດແດງ.

    ປະເທດແດນດິນນີ້......ມີຫຍັງເປັນຫຼັກແຫຼ່ງສົມກັນ
    ຄາວນ້ຳນອງເນືອງນັນ...ຖ້ວມຖົມຄວາມຈ້າ
    ຍາມນ້ຳນອງຍາມແລ້ງ...ຫິວໂຫຍຫາບໍ່ຈວບ
    ແມ່ນແຕ່ປາແຕບແຫ້ງ....ຕ້ອງຫາຍາດມົດແດງ..ກິນດາຍ.

    ການນຳພາຈັດຕັ້ງ.....ບົ່ງບອກຫຼັກການ
    ທີ່ປະສົງແນວທາງ......ບໍ່ປະສົງຄຳຕ້ານ
    ຈິດໃຈເຈົ້າ...........ໃຈເຮົາໃຈໜູ່
    ເຂົາບໍ່ຈັ້ງ...........ຟັງແມ່ນຶ່ງຄຳ....

    ຫາກເຈົ້າເຈັບແບບນີ້....ກະຮູ້ວ່າມັນໝັກ
    ເຈັບບໍ່ມີແນວແທງ.......ປວດກະສັນເຫຼືອກະດໍ້
    ຫາກຍໍວາງລືມໄດ້........ກາງຫົວໃຈຄົງເບົາວ່ອນ
    ນອນຄົງຫຼັບແຈບແຈ້ງ.....ຍາມເຊົ້າເບີກບານ...ວ່າບໍ!

    ReplyDelete