Thursday, November 4, 2010

Bounthanong Xomxayphonh / Mountain Tear

1 comment:

  1. ເປັນສາຍທານນ້ຳຕາ.........ໄຫຼຜ່າບ້ານເລົ່າ
    ເມືອງສອງຄອນຈອມດອຍ.........ແລະຜາຕັ້ງ
    ແຕ່ເຊກອງນອງຖ້ວມ...........ຕູບນ້ອຍລອຍຫ່າງ
    ກັບຊີວີດທີ່ບອບບາງ.........ຂອງໄພ່ຟ້າປະຊາຊົນ.

    ຄົນທັມມະດາມັກຕາຍລ້າ.......ນ້ຳຕາໄຫຼ
    ສຽງຮ້ອງໄຫ້ຄວນຄາງ..........ສຽງຂາງດັງປະປົນ
    ຫຼືປ່ອຍໃຫ້ໄຫຼໄປ...........ຢ່າງບໍ່ກັງວົນ
    ປ່ອຍແດນດິນເປັນຖນົນ........ໃຫ້ຄົນອື່ນມາທຽວ...ສືບໄປ...

    ຮ່ອມພູເຂົາສຸງຊັນ..........ຈົ່ງກັກກັ້ນນ້ຳຕາ
    ແລະກະຈົ່ງປ່ອຍປະ...........ໃຫ້ປ່າໄຜ່ງອກງາມ
    ໃຫ້ງ່າຂາມອອກດອກ...........ແມງຄນູນ
    ອາຈມາບິນວ່ອນໆ.............ຍາມຄ່ຳນຳຕະກຽງ.

    ບໍ່ຫວັງໄຕ້ໄຟດອກ............ແສງສີນິອອນ
    ຫວັງຢາກແຕ່ພັກຜ່ອນ.........ເອົາແຮງ
    ກັບຄວາມສຸຂສົມ.............ຍາມສາຍລົມແລງ
    ໃຫ້ແຮງລົມແລ້ງ.............ພັດໝີຄວາມອັບປີ....

    ReplyDelete